Daily Love

50. ຍຸກອາວະກາດ


Older Posts Home
Subscribe to: Posts (Atom)

Poet Xaysouvanh Phenphong at Newport Pacific Beach, Oregon, USA, in May 2019

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ

ຂໍຂອບໃຈຫລາຍໆທີ່ຕິດຕາມຜົນງານ-ໃຫ້ກໍາລັງໃຈ
ມາຕລອດ. ການໂຮມອ໋ອນລາຍຊຸດນີ້ເປັນຊຸດທີ 9
ເທື່ອນີ້ມີການສລັບຊື່ລະຫວ່າງ"ໂຮມອ໋ອນລາຍ 9"
ແລະ"ໂຮມເປັນປຶ້ມເຈັ້ຽຊຸດທີ 5" ຊຶ່ງທ່ານໄດ້ເຫັນ
ແລ້ວວ່າ ອ໋ອນລາຍຊື່ວ່າ "ຮັກຊູ່ມື້" ແລະປຶ້ມຫົວ
ທີ 5 ຈຶ່ງຈະແມ່ນ "ໃບໄມ້ໃນສາຍລົມ". ເນື້ອໃນຈະ
ມີອັນແຕກຕ່າງກັນບາງດ້ານ ຍ້ອນວ່າຫົວທີ 5
"ໃບໄມ້ໃນສາຍລົມ"ນັ້ນ ຈະເລືອກເຟັ້ນເອົາຈາກ
ສ່ວນທ້າຍຂອງ"ຊີວິດໃຕ້ໃບໂພ"ປະມານ20 ບົດ
ແລະກໍຈະເອົາບົດຈາກຊຸດນີ້ທັງໝົດ.

ຊີວິດນັກກະວີກໍແມ່ນການປະດິດແຕ່ງບົດກະວີ
ເລີ່ມຕົ້ນແມ່ນແຕ່ງດ້ວຍໃຈມັກ ເຮັດມາເລື້ອຍໆ
ຈົນກາຍເປັນພາລະກິດປະຈໍາຊີວິດ ໂດຍບໍ່ມີມື້
ຈະບໍານານ. ບໍ່ພຽງແຕ່ຈາກພອນສວັນຕົນເອງ
ຈາກການຮູ້ສັງເກດສະພາບແວດລ້ອມຈົນເກີດ
ອາຣົມຈິດແລະມະໂນພາບທໍ່ນັ້ນ ແຕ່ເມື່ອທາງ
ສໍານັກກະວີໃນສະຫະຣັດອະເມຣິກາຍົກຍ້ອງມອບ
-ກຽດໃຫ້ໄດ້ຮັບ "ຫລຽນຄໍາກະວີນິພົນຍອດຢ້ຽມ"
ແລະ "ຫລຽນການັກກະວີຜູ້ຍິ່ງໃຫຍ່ທົ່ວອະເມຣິກາ"
(Poetry Gold Medal of Excellence and
Great Poets Across America - Award
Winning Poet) 2013
ແລ້ວການເດີນທາງຕໍ່ໃນອຸທິຍານກະວີຈຶ່ງບໍ່ອາດ
ຈະຢຸດຢູ່ເຄິ່ງທາງ.

ເຄີຍໄດ້ບັນທຶກເປັນຄໍາກອນກ່ອນໜ້າມື້ຮັບຫລຽນ
ຄໍາວ່າ:
"ທ່ານຜູ້ມີສີແຕ້ມ ກະວີຫວານກວາມໂລກ
ຮຽມຂໍມາຊ່ອຍສ້າງ ເວີງກວ້າງໂລກກະວີ ນໍາຖ້ອນ"
ຫລຽນຈຶ່ງເປັນສິ່ງເຕືອນໃຈໃຫ້ໃຊ້ພອນສວັນສ້າງສັນ
ກະວີສິນຝາກໄວ້ໃນໂລກມະນຸດ.

ເຖິງເປັນ"ນັກກະວີສອງພາສາ" ແຕ່ກໍາລັງໃຈສ່ວນ
ໃຫຍ່ກໍແມ່ນໄດ້ຮັບຈາກພີ່ນ້ອງເຊື້ອສາຍລາວລ້ານ-
ຊ້າງທີ່ກະແຈກກະຈາຍກັນຢູ່ທົ່ວທຸກມຸມໂລກ!

ຂໍຈົ່ງຢູ່ດີມີແຮງຊູ່ຄົນດ້ວຍເຖີ້ນ!

ວັນອາທິດ 28 ກໍຣະກະດາ 2019




ສາຣະບານ

  • ▼  2019 (51)
    • ▼  July (51)
      • 00. ໜ້າປົກ
      • 01. ນໍາຫາ
      • 02. ໃບໄມ້ໃນສາຍລົມ
      • 03. ລົງຈາກດອຍ
      • 04. ແຄມຝັ່ງ
      • 05. ເປັນຊາວພຸດ
      • 06. ນົກຍາດຄອນ
      • 07. ກຸຫລາບຮ້ອຍສີ
      • 08. ນໍ້າທ່າເກົ່າ
      • 09. ອັດສະດົງເທິງພູ
      • 10. ເພື່ອແຜ່
      • 11. ມື້ອື່ນຈຶ່ງລືມ
      • 12. ປາຕາຍແລ້ງ
      • 13. ຍຸກສໄມ
      • 14. ຟາກຮາວຮົ້ວ
      • 15. ຜາສາດຮ້າງ
      • 16. ສີຜີວ
      • 17. ພະເນຈອນ
      • 18. ມີດນ້ອຍໃນມືນາງ
      • 19. ຕາດນ້ອຍກາງເມືອງ
      • 20. ຂົວແຂວນຂ້າມຫ້ວຍ
      • 21. ຝົນມາ ພາຮໍ່າຮອນ
      • 22. ຄວາມຮັ່ງມີ
      • 23. ນາທີສເມີພາບ
      • 24. ທະເລສາບຕ່າໂຮ້
      • 25. ສັນຍານແຫ່ງຣະດູການ
      • 26. ສຸກຊູ່ມື້
      • 27. ສຽງຊື່ມ
      • 28. ບັນພະບູຣຸດ
      • 29. ປີວຕາມລົມ
      • 30. ບ້ານເກີດ
      • 31. ຟ້າງາມ
      • 32. ກໍາລັງໃຈຈາກຟາກໂລກ
      • 33. ຫົວໃຈໃນຮ່າງຄີງ
      • 34. ຄືນເດືອນມືດ
      • 35. ສຽງຄວນຢູ່ສວນຫິມມະ
      • 36. ແຍກໄດ້
      • 37. ຄົນກ້າແຫ່ງຍຸກ
      • 38. ໂລກະໄພ
      • 39. ຕົວກູ
      • 40. ຄວາມຈິງ
      • 41. ປີໃໝ່ຈິດແຈ່ມໃສ
      • 42. ລູກຊາວນາ
      • 43. ຫາກິນ
      • 44. ພອນວິວາ
      • 45. ຜາງຊິງ
      • 46. ຮັກເກົ່າທີ່ສິງກະໂປ
      • 47. ໝາອາຊີບ
      • 48. ບ້ານເທິງພູ
      • 49. ຄໍາພໍ່ສອນ
      • 50. ຍຸກອາວະກາດ

Back to Home Page

xphengphong.blogspot.com

Total Pageviews

Powered By Blogger
Copyright ©2019 Xaysouvanh Phengphong. Simple theme. Theme images by Ailime. Powered by Blogger.